August 4, 2016

ສົ່ງເສີມການປູກໝາກກ້ວຍເພື່ອເປັນສິນຄ້າ ຢູ່ ສປປ ລາວ

ການ​ປູ​ກໝາກກ້ວຍ​ເພື່ອ​ເປັນ​ສິນຄ້າ ​ເປັນ​ຍຸດ​ທະ​ສາດ​ອັນ​ດີ ​ເພື່ອສ້າງ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະສິກອນ​ໃນ​ເຂດ​ຊົນນະບົດ​ ຢູ່ ສປປ ລາວ, ​ແຕ່​ສົ່ງ​ຜົນ​ກະທົບ​ທາງ​ລົບ​ຕໍ່​ສຸຂະພາບ​ຂອງ​ປະ​ຊາ​ຊົນ ​ແລະ ຄຸນ​ນະພາ​ບດິນ​ປູກຝັງ. ຄວາ​ມໝາຍ​ຂອງ​ການ​ປູກ​ກ້ວຍ​ເພື່ອ​ເປັນ​ສິນ​ຄ້າ ​ແມ່ນ​ການ​ເພີ່ມ​ປະລິມານ ​ແລະ​ ຄຸນ​ນະພາ​ບຂອງ​ຜົນ​ຜະລິດ ​​​ໂດຍ​​ນໍາ​ໃຊ້​ປັດ​ໄຈ​ການ​ຜະລິດ​ທີ່​ມີ​ຄຸນ​ນະພາ​ບດີ​​ເຂົ້າ​ໃນ​ຂະ​ບວນການ​ຜະລິດ ​ແລະ ມີ​ຕະຫຼາດທີ່​ແນ່ນອນ​ເພື່ອ​ຮອງ​ຮັບ​ຜົນ​ຜະລິດ​ດັ່ງກ່າວ. ການ​ປູ​ກກ້ວຍ​ເພື່ອ​ເປັນ​ສິນຄ້າສ່ວນ​ຫຼາຍ ​ແມ່ນ​ອີງ​ຕາມ​ນະ​ໂຍບາຍການ​ຜະລິດ​ກະສິກໍາ​ຕາມ​ສັນຍາ ​ໃນ​ຮູບ​ແບບ “2+3” ​​ເຊິ່ງ​ເປັນການ​ຕົກລົງ​ກັນ​ຜະລິດ​ໝາກກ້ວຍ ລະຫວ່າງ ຊາວ​ກະສິກອນ ​ແລະ ນັກ​ລົງທຶນ ​ໂດຍ​ຊາວ​ກະສິກອນ ປະກອບສ່ວນດ້ານ​ແຮງ​ງານ​ ແລະ ທີ່ດິນປູກຝັງ, ສ່ວນນັກ​ລົງທຶນ ປະກອບສ່ວນດ້ານປັດ​ໄຈ​ການ​ຜະລິດ,  ​ເຕັກ​ນິກ​ການ​ຜະລິດ ​ແລະ ຕະຫຼາດ.

​​ໃນ​ໄລຍະ​ຜ່ານ​ມາ, ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍສົ່ງ​ເສີມ​ການ​ປູກໝາກ​ກ້ວຍ​ເປັນ​ສິນຄ້າ ​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດ​ທາງ​ເສ​ດຖະກິດຢ່າງ​ໜ້າ​ເພິ່ງ​ພໍ​ໃຈ. ໝາກຜົນ​ອັນ​ພົ້ນ​ເດັ່ນ ​ແມ່ນ​ການດຶງ​ດູດ​ເອົາ​ນັກ​ລົງທຶນ​ຈາກ ສປ ຈີນ ​ເຂົ້າ​ມາ​ລົງທຶນ​ສົ່ງ​ເສີມ​ຊາວ​ກະສິກອນ​​​ລາວ ປູກ​ໝາກກ້ວຍ​ເພື່ອ​ສົ່ງ​ອອກ ຢູ່​ເຂດ​ພາກ​ເໜືອ​ຂອງ ສປປ ລາວ ​ເຊັ່ນ: ​ແຂວງ​ບໍ່​ແກ້ວ, ​ແຂວງ​ຫຼວງ​ນໍ້າ​ທາ ​ແລະ ​ແຂວງ​ອຸດົມ​ໄຊ. ​ໃນ​ໄລຍະ​ເວລາ​ພຽງ 04 ປີ, ມູນ​ຄ່າການ​ສົ່ງ​ອອກ​ກ້ວຍທັງ​ໝົດ​ ​ໄດ້​ເພີ່ມ​ຂຶ້ນ​​ປະມານ 10 ​ເທົ່າ ​ເຊິ່ງ​ເພີ່ມ​ຂຶ້ນ ຈາກ 3,8 ລ້ານ​ໂດ​ລາ ​ໃນ​ສົກປີ 2011-12 ມາ​ເປັນ 40 ລ້ານ​ໂດ​ລາ ​ໃນສົກ​ປີ 2014-15. ຕະຫຼາດ​ສົ່ງ​ອອກຕົ້ນຕໍ ​ແມ່ນ ສປ ຈີນ ​​ແລະ ລຊ ​ໄທ. ​ໃນ​ສອງ​ຕະຫຼາດ​ດັ່ງກ່າວ, ການ​ສົ່ງ​ອອກ​​ ​ໄປ ສປ ຈີນ ​ໄ​ດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ ​ເຊິ່ງກໍ່​ໃຫ້ເກີດ​ການ​ປ່ຽນ​ແປງ​ໂຄງ​ປະກອບ​ຂອງ​ຕະຫຼາດ​ສົ່ງ​ອອກ​ໝາກກ້ວຍ ຈາກ​ການ​ສົ່ງ​ອອກ​ໝາກກ້ວຍ​ທີ່​ເນັ້ນ​ໃສ່​ຕະຫຼາດ​ຂອງ ລຊ ​ໄທ ​ໃນ​ເມື່ອ​ກ່ອນ ມາ​ເປັນ ຕະຫຼາດຂອງ ສປ ຈີນ ​ໃນ​ປັດຈຸບັນ. ການ​ສົ່ງອອກ​ໝາກກ້ວຍ ​ໄປ ສປ ຈີນ ​ໄດ້​ເພີ່ມ​ຂຶ້ນ ຈາກ 42% ຂອງ​ມູນ​ຄ່າ​ການ​ສົ່ງ​ອອກ​ໝາກກ້ວຍ​ທັງ​ໝົດ ​ໃນ​ສົກປີ 2011-12 ມາ​ເປັນ 88% ​ໃນ​ສົກ​ປີ 2014-15. ການ​ສົ່ງ​ອອກ​ດັ່ງ​ກ່າວ ຄາດ​ວ່າ ຈະ​ມີ​ແນວ​ໂນ້​ມ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.
​ເຖິງ​ວ່າ ຜົນ​ປະ​ໂຫຍ​ດ​ທາງ​​ເສດຖະກິດ​ຈາກ​ການ​ປູກ​ກ້ວຍ​ເພື່ອ​ສົ່ງ​ອອກ ມີ​ຫຼາຍ, ຜົນປະ​ໂຫຍ​ດດັ່ງກ່າວ​ ​ໄດ້​ຖືກ​ແຈກ​ຢາຍ​ໃຫ້​ແກ່​ຜູ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຜະລິດ ຢ່າງ​ບໍ່​ເທົ່າ​ທຽມ​ກັນ. ອີງ​ຕາມ​ຜົນ​ການ​ຄົ້ນຄວ້າ​ເບື້ອງ​ຕົ້ນ ຂອງສະ​ຖາບ​ັນຄົ້ນຄວ້າ​ກະສິກໍາ ​ແລະ ປ່າ​ໄມ້​ແຫ່ງ​ຊາດ ກ່ຽວ​ກັບ ການ​ປູກ​ກ້ວຍ​​ເພື່ອ​ເປັນ​ສິນຄ້າ ຢູ່ ສປປ ລາວ ​ໃນ​ປີ 2016, ຜູ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຜະລິດ ປະກອບ​ດ້ວຍ ນັກ​ລົງທຶນຈີນ, ຜູ້​ໃຫ້​ເຊົ່າ​ທີ່​ດິນ ​ແລະ ກໍາມະກອນ​ໃນ​ສວນ​ກ້ວຍ. ​ໃນ​ກໍລະນີ​ຂອງ​ແຂວງ​ຫຼວງ​ນໍ້າ​ທາ, ນັກ​ລົງທຶນທີ່ສົ່ງ​ເສີມ​ການ​ປູກ​ກ້ວຍ​ ມີ​ຜົນ​ໄດ້​ຮັບ​ສຸດທິຈາກ​ການ​ປູກ​ກ້ວຍ ປະມານ 20 ລ້ານ​ກີບ/​ເຮັກຕາ/ປີ; ຜູ້​ໃຫ້​ເຊົ່າ​ທີ່​ດິນປູກ​ກ້ວຍ ມີ​ລາຍ​ຮັບ​ປະມານ 15 ລ້ານ​ກີບ/​ເຮັກຕາ/ປີ; ​ແລະ ກໍາມະກອນ​ທີ່​ເຮັດ​ວຽກ​ໃນ​ສວນ​ກ້ວຍ ມີ​ລາຍ​ຮັບ 780.000 ກີບ/​ເຮັກຕາ/ປີ. ຜົນ​ການ​ຄົ້ນຄວ້າດັ່ງກ່າວ ຊີ້​ໃຫ້​ເຫັນ​ວ່າ ນັກ​ລົງທຶນຈີນ ມີຜົນ​ໄດ້​ຮັບ​ສຸດທິຈາກ​ການ​ປູກ​ກ້ວຍ ຫຼາຍກວ່າປະຊາຊົນ​ລາວ ທີ່​ປະກອບສ່ວນ​ດ້ານ​ດິນ​ປູກຝັງ ​ແລະ ​ແຮງ​ງານ. ​  
ນອກນັ້ນ, ຄວາມ​ບໍ່​ເທົ່າ​ທຽມ​ກັນ​ທາງ​ດ້ານຜົນ​ປະ​ໂຫຍ​ດທາງເສດຖະກິດ​ຈາກ​ການ​ປູກ​ກ້ວຍ ຍິ່ງ​ຈະ​​ເພີ່ມ​ຂຶ້ນ ຖ້າ​ພິຈາລະນາຕົ້ນ​ທຶນ​ທາງ​ສັງ​ຄົມ ​ແລະ​ ສິ່ງ​ແວດ​ລ້ອມຂອງ​ການ​ປູກ​ກ້ວຍ. ​ຜົນ​ການ​ຄົ້ນຄວ້າ​ຂອງ ສະ​ຖາບ​ັນຄົ້ນຄວ້າ​ກະສິກໍາ ​ແລະ ປ່າ​ໄມ້​ແຫ່ງ​ຊາດ (2016) ​ຊີ້​​ໃຫ້​ເຫັນ​ວ່າ ​ການນໍາ​ໃຊ້​ຢາຂ້າ​ຫຍ້າ ​ແລະ ຢາ​ປາບ​ສັດຕູ​ພືດ ​ໃນ​ສວນ​ກ້ວຍ ມີ​ປະລິມານຫຼາຍ ​ເຊິ່ງສົ່ງ​ຜົນ​ກະທົບ​ທາງ​ລົບ​ຕໍ່​ຄຸນ​ນະພາ​ບຊີວິດຂອງຊາວ​ກະສິກອນ ​ແລະ ປະຊາຊົນ​ທີ່ຢູ່​ອ້ອມ​ຂ້າງ​ສວນ​ກ້ວຍ ​ແລະ ​ເຮັດ​ໃຫ້ຄຸນ​ນະພາ​ບຂອງ​ດິນ​ປູກຝັງ​ເຊື່ອ​ມ​ໂຊມລົງ. ຖ້າ​ລວມ​ເອົາ​ຕົ້ນ​ທຶນ​ການ​ຟື້ນ​ຟູ​ດິນ​ເຂົ້າ​ໃນ​ການ​ຄໍານວນ​ຜົນ​ໄດ້ຮັບ​ສຸດທິ​ຈາກການ​ໃຫ້​ເຊົ່າ​ທີ່​ດິນ, ຜູ້​ໃຫ້​ເຊົ່າ​ທີ່​ດິນປູກ​ກ້ວຍ ຍິ່ງຈະມີ​ລາຍ​ຮັບສຸດທິ​​ໜ້ອຍ​ລົງ. ​ໃນ​ລັກສະນະ​ດຽວ​ກັນ, ຖ້າ​ລວມ​ເອົາ​ຕົ້ນ​ທຶນ​ການປິ່ນປົວ​ສຸຂະພາບ​ຂອງ​ຊາວ​ກະສິກອນ ເຂົ້າ​ໃນ​ການ​ຄໍານວນ​ຜົນ​ໄດ້ຮັບ​ສຸດທິ​ຈາກການ​ອອກ​ແຮງ​ງານ, ກໍາມະກອນ​ທີ່​ເຮັດ​ວຽກ​ໃນ​ສວນ​ກ້ວຍ ຍິ່ງຈະມີ​ລາຍ​ຮັບສຸດທິ​​ໜ້ອຍ​ລົງ.
​​ລວມຄວາມ​ແລ້ວ, ການ​ປູກ​ກ້ວຍ​​ເພື່ອ​ສົ່ງ​ອອກ ​ເປັນ​ທ່າ​ແຮງອັນ​ສໍາຄັນ ​ໃນ​ການສ້າງ​ລາຍ​ຮັບ​​ໃຫ້​ແກ່ປະຊາຊົນ​ລາວ ​​ເພື່ອ​ຫຼຸດຜ່ອນຄວາມທຸກ​ຍາກ​ໃນ​ເຂດ​ຊົນນະບົດ. ​ແຕ່​ວ່າ ປະຊາຊົນ​ລາວ ທີ່​ເປັນ​ເຈົ້າ​ຂອງ​ທີ່​ດິນ ​ແລະ ​ເປັນ​ຜູ້​ອອກ​ແຮງ​ງານ​ໃນ​ສວນ​ກ້ວຍ ຍັງ​ບໍ່​ທັນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທາງ​ເສດຖະກິດຈາກ​ການ​ປູກ​ກ້ວຍ ​ເທົ່າ​ທີ່​ຄວນ ​ແລະ ມີ​ບາງ​ກໍ​ລະ​ນີການ​ປູກ​ກ້ວຍ ​ໄດ້​ສົ່ງ​ຜົນ​ກະທົບ​ທາງ​ລົບ​ຕໍ່​ຄຸນ​ນະພາ​ບຊີວິດຂອງ​ປະຊາ​ຊົນ ​ແລະ ສິ່ງ​ແວດ​ລ້ອມ. ສະ​ນັ້ນ, ການສົ່ງ​ເສີມການ​ປູກ​ກ້ວຍ​​ທີ່​ມີ​ຄວາມ​ຍືນ​ຍົງ ຄວນພິຈາລະນາ 02 ​ຂໍ້​ສະ​ເໜີ ດັ່ງ​ລຸ່ມ​ນີ້​:
  • ເພີ່ມ​ທະວີ​ຄວາມ​ເຂັ້ມ​ງວດ​ໃນ​ການ​ອະນຸມັດ​ລົງທຶນ​ປູກ​ກ້ວຍ ຕາມ​ກົດໝາຍ​ວ່າ​ດ້ວຍ​ການ​ສົ່ງ​​ເສີມ​ການ​ລົງທຶນ; ​ແລະ ຄຸ້ມ​ຄອງ ​ແລະ ຕິດຕາມ​ກວດກາ​ໂຄງການ​ລົງທຶນ​ປູກ​ກ້ວຍ ​​ໃຫ້​ສອດຄ່ອງ​ກັບ ກົດໝາຍວ່າ​ດ້ວຍການປ້ອງ​ກັນ​ພືດ ​ແລະ ລະບຽບ​ການ​ກ່ຽວຂ້ອງ​ກັບ​ການ​ຄຸ້ມ​ຄອງ​ຢາ​ປາບ​ສັດຕູ​ພືດ, ຢາຂ້າ​ຫຍ້າ ​ແລະ ຝຸ່ນ​ເຄມີ.
  • ສ້າງ​ຄູ່​ຮ່ວມ​ລົງທຶນ​ລາວ-ຈີນ ​ເພື່ອ​ຮຽນຮູ້​ວິທີ​ການ​ເຂົ້າ​ເຖິງ​ຕະຫຼາດສິນຄ້າ​ກະສິກໍາ ຢູ່ ສປ ຈີນ ​ແລະ ​ເພື່ອ​ອໍານວຍ​ຄວາມ​ສະດວກ​ແກ່​ການ​ຄ້າ ​ແລະ ການ​ລົງທຶນ ຢູ່​ ສປປ ລາວ ​ເປັນ​ຕົ້ນ​ແມ່ນ ຂັ້ນ​ຕອນ​ການ​ລົງທຶນ, ຄຸນລັກ​ສະ​ນະຂອງ​ຕະຫຼາດ​ແຮງ​ງານ ​ແລະ ຂັ້ນ​ຕອນ​ການ​ນໍາ​ເຂົ້າປັດ​ໄຈ​ການ​ຜະລິດ.
 ຂຽນໂດຍ: ສີທະນົນໄຊ ສຸວັນນະພັກດີ
ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ
ກົມການນຳເຂົ້າ ແລະ ສົ່ງອອກ
ກະຊວງອຸດສາຫະກຳ ແລະ ການຄ້າ

No comments:

Post a Comment