ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ໄດ້ອອກແຈ້ງການ ສະບັບເລກທີ 0665/ອຄ.ຂບຊ ລົງວັນທີ
11/5/2016 ວ່າດ້ວຍການປັບຂື້ນລາຄາຂາຍຍ່ອຍນໍ້າມັນແອັດຊັງ ແລະ ນໍ້າມັນກາຊວນ
ໃນຂອບເຂດແຂວງບໍລິຄຳໄຊ ໂດຍໃຫ້ບັນດາບໍລິສັດທີ່ຂາຍນໍ້າມັນເຊື້ອໄຟ
ປະຕິບັດຕາມລາຄາໃໝ່ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຍ່ອຍຂອງຕົນໃຫ້ບໍລິການຢ່າງເປັນປົກກະຕິ.
ການປັບໃນເທື່ອນີ້ເປັນການແຈ້ງປັບຄັ້ງທີ່ 5 ຂອງປີ ແລະ ຖືວ່າເປັນການແຈ້ງປັບຂື້ນລາຄາຄັ້ງທຳອິດ ຫລັງຈາກປັບລົງ 4 ຄັ້ງພາຍໃນປີ. ໂດຍມີລາຄາຂາຍຍ່ອຍຄືດັ່ງນີ້:
- ນໍ້າມັນແອັດຊັງ 7.030 ກີບ/ລິດ
- ນໍ້າມັນກາຊວນ 5.690 ກີບ/ລິດ
ຖ້າຫາກປໍ້າໃດ ບໍ່ປະຕິບັດຕາມເນື້ອໃນແຈ້ງການສະບັບນີ ກະລຸນາໂທແຈ້ງ ເຈົ້າໜ້າທີ່ກວດກາການຄ້າ (ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ) ໂທລະສັບ 020 22337147, 020 2211711, 020 22338499, 020 22102219
ຂ່າວໂດຍ: ຂະແໜງແຜນການ-ສະຖິຕິ
ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ
No comments:
Post a Comment