April 25, 2016

ລາຄານໍ້າມັນເຊື້ອໄຟປັບລົງຢ່າງຕໍ່ເນື່ອງ ແຕ່ເປັນຫຍັງລາຄາສິນຄ້າຄືບໍ່ປັບລົງ?

ອີງຕາມຜົນການຄົ້ນຄວ້າຂອງທີມງານຄົ້ນຄ້ວາລະຫວ່າງກົມການຄ້າພາຍໃນ ແລະ ສະຖາບັນຄົ້ນຄ້ວາເສດຖະກິດການຄ້າ ໃນຫົວຂໍ້ ການພົວພັນຂອງລາຄານໍ້າມັນ ແລະ ລາຄາສິນຄ້າອຸປະໂພກ ແລະບໍລິໂພກຢູ່ນະຄອນຫລວງວຽງຈັນປະຈຸບັນລາຄານໍ້າມັນຢູ່ບ້ານເຮົາໄດ້ສືບຕໍ່ຫລຸດລົງຢ່າງຕໍ່ເນື່ອງ ແຕ່ຄໍາຖາມທີ່ຕັ້ງຂື້ນເປັນຫຍັງລາຄາສິນຄ້າຄືບໍ່ປັບ? ຈາກການຄົ້ນຄ້ວາຂອງທີມງານເຫັນວ່າ ມີຫລາຍປັດໃຈທີ່ສົ່ງຜົນຕໍ່ລາຄາສິນຄ້າ ພ້ອມທັງພົບວ່າການຕັ້ງລາຄາຂາຍຍ່ອຍສິນຄ້າແມ່ນຂ້ອນຂ້າງສູງກວ່າລາຄາຕົ້ນທຶນຊື້ແບບເທົ່າໂຕ.

ກົມການຄ້າພາຍໃນໄດ້ຄົ້ນຄ້ວາ ແລະຄັດຈ້ອນຜົນການຄົ້ນຄ້ວາຂອງທີມງານ ເພື່ອອະທິບາຍຕື່ມ ແລະສ້າງຄວາມເຂົ້າໃຈກັບສາເຫດການປ່ຽນແປງຫລຸດລົງຢ່າງຕໍ່ເນື່ອງຂອງລາຄານໍ້າມັນເຊື້ອໄຟ ໂດຍເລີ່ມແຕ່ປີ 2013 ເປັນຕົ້ນມາ. ແຕ່ກົງກັນຂ້າມໃນໄລຍະທີ່ລາຄານໍ້າມັນໄດ້ຫລຸດລົງຄືດັ່ງກ່າວນັ້ນ ແຕ່ລາຄາສິນຄ້າພັດບໍ່ໄດ້ຫລຸດລົງຕາມລາຄານໍ້າມັນເຊື້ອໄຟ ແລະ ກົງກັນຂ້າມບາງລາຍການພັດປັບລາຄາຂື້ນອີກ.
ຈາກບັນຫາດັ່ງກ່າວເຫລົ່ານັ້ນ, ຈິ່ງການເປັນຄຳຖາມຂອງສັງຄົມເຖິງພາກລັດມາໂດຍຕະຫລອດ, ໂດຍສະເພາະແມ່ນຂະແໜງການທີ່ມີພາລະບົດບາດໃນການຄຸ້ມຄອງລາຄາສິນຄ້າ ຄືກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ. ຕໍ່ຄຳຖາມດັ່ງກ່າວ, ໃນໄລຍະຜ່ານມາ ກົມການຄ້າພາຍໃນກໍ່ໄດ້ອະທິບາຍ ແລະ ຊີ້ແຈງເຖິງສາເຫດຫານເໜັງຕິງຂື້ນ/ລົງ ຂອງລາຄາສິນຄ້າ ໃນແຕ່ລະໄລຍະໃຫ້ສັງຄົມໄດ້ຮັບຮູ້, ພ້ອມທັງວິທີການ ແລະ ມາດຕະການໃນການຈັດຕັ້ງປະຕິບັດກ່ຽວກັບການຄຸ້ມຄອງລາຄາສິນຄ້າ ຕາມທີ່ໄດ້ກຳນົດໃນດຳລັດ 474/ນຍ, ລົງວັນທີ 18/11/2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະຄ່າບໍລິການ.
ການຄົ້ນຄ້ວາຂອງຄະນະໃນຄັ້ງນີ້ ໄດ້ລົງໄປສົມທົບເກັບກຳຂໍ້ມູນ ແລະ ສຳພາດຕົວຈິງຈາກຜູ້ປະກອບການ ແລະ ຜູ້ຜະລິດທຸລະກິດ, ຜູ້ນໍາເຂົ້າເພື່ອຂາຍຍົກ ແລະ ຂາຍຍ່ອຍ ເພື່ອໃຫ້ເຫັນໄດ້ຂໍ້ມູນທີ່ກ່ຽວຂ້ອງເປັນຕົ້ນແມ່ນສະພາບການເໜັງຕີງຂອງລາຄາສິນຄ້າ, ສາເຫດ ຫລື ປັດໄຈຫລັກທີ່ກະທົບຕໍ່ລາຄາສິນຄ້າ ດັ່ງນີ້:
+ ສະພາບການປ່ຽແປງຂອງລາຄານໍ້າມັນໃນຕະຫລາດໂລກ ແລະ ພາຍໃນປະເທດ
ເລີ່ມແຕ່ປີ 2011-2012 ເປັນຕົ້ນມາ, ລາຄານໍ້າມັນດິບຂອງຕະຫລາດໂລກມີທ່າອ່ຽງຫລຸດລົງຢ່າງຕໍ່ເນື່ອງ, ຕົກມາໄລຍະ 2012-2013 ພັດມີທ່າອ່ຽງເພີ່ມຂື້ນຕື່ງເລັກໜ້ອຍ ແລະ ຫລັງຈາກນັ້ນ, ກໍ່ໄດ້ຫລຸດລົງມາຢ່າງຕໍ່ເນື່ອງ ແລະ ຫລຸດລົງຫລາຍທີ່ສຸດເປັນປະຫວັດການແມ່ນໄລຍະ 2014-2015 ເຊັ່ນ: ລາຄາສະເລ່ຍນໍ້າມັນດິບຂອງຕະຫລາດ ດູໄປ (Dubai) ຈາກລາຄາ 106.03 ໂດລາຕໍ່ບາເຮວ ໃນປີ 2011 ຫລຸດລົງເຫຼືອ 54.1 ໂດລາຕໍ່ບາເຮວ ຫລືຫລຸດລົງ 48.97%. ໃນປີ 2015 ແລະຫລຸດລົງເຫລືອ 30.10 ໂດລາຕໍ່ບາເຮວ ຫລືຫລຸດລົງ 71.61% ໃນຕົ້ນປີ 2016 ທຽບໃສ່ປີ 2011.
ທ່າອ່ຽງຂອງລາຄານໍ້າມັນດິບໃນຕະຫລາດໂລກຫລຸດລົງ, ສົ່ງຜົນສະທ້ອນເຮັດໃຫ້ນໍ້າມັນສຳເລັດຮູບທີ່ນໍາເຂົ້າຢູ່ ສ ປປ ລາວ ກໍ່ໄດ້ປັບຫລຸດລາຄາລົງເຊັ່ນກັນ. ໃນໄລຍະແຕ່ປີ 2011-2015 ເປັນຕົ້ນມາ ສປປ ລາວໄດ້ປັບລາຄາລົງ 86 ຄັ້ງ. ໃນນັ້ນ, ປີ 2015 ປັບລາຄານໍ້າມັນລົງ 16 ຄັ້ງ ເພາະເປັນປີທີ່ລາຄານໍ້າມັນຫລຸເລົງຫລາຍທີ່ສຸດ.
+ ສະພາບການປ່ຽນແປງຂອງລາຄາສິນຄ້າອຸປະໂພກ ແລະ ບໍລິໂພກຢູ່ນະຄອນຫລວງວຽງຈັນ 2011-2015
ຈາກບັນຫາດັ່ງກ່າວຂ້າງເທິງ, ສັງຄົມກໍ່ເລີຍຕັ້ງບັນຫາຂື້ນວ່າ ລາຄານໍ້າມັນຫລຸດລົງຫລາຍ ແຕ່ເປັນຫຍັງລາຄາສິນຄ້າອື່ນໆ ຄືບໍ່ລົງ ຜ່ານການຄົ້ນຄ້ວາ, ສຶກສາຕົວຈິງເຫັນວ່າ ໃນໄລຍະເວລາທີ່ລາຄານໍ້າມັນໄດ້ປັບຫລຸດລົງ ລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ ບາງລາຍການກໍ່ມີການປັບລາຄາລົງເຊັ່ນກັນ, ແຕ່ກໍ່ມີບາງລາຍການສິນຄ້າປັບຂື້ນລາຄາ ເຊັ່ນ: ເປີເຊັນການປ່ຽນແປງລາຄາເຂົ້າກິນ ສະເລ່ຍ ເພີ່ມຂື້ນ 0,05-0,25, ຊີ້ນງົວປະເພດ 1 ແລະ 2 ເກືອບບໍ່ມີການປັບປ່ຽນລາຄາ, ຊີ້ນໝູປະເພດ 1 ແລະ 2 ລາຄາຫລຸດລົງ 0,15%, ຊີມັງລາວ ແລະ ຫົວອາຫານສັດເກືອບບໍ່ມີການປ່ຽນແປງລາຄາ, ເຫລັກເສັ້ນປ່ອງອ້ອຍລາວ ປັບຫລຸດລົງ 2,53% ໃນປີ 2015.
ຜ່ານການຄົ້ນຄວ້າສະພາບລາຄາ ບວກກັບການເກັບກຳຂໍ້ມູນທາງຄຸນນະພາບຈາການສຳພາດຜູ້ປະກອບການດ້ານທຸລະກິດ ຫລາຍຫົວໜ່ວຍ ຈິ່ງສາມາດສະຫລຸບໄດ້ວ່າ: ເຖິງແມ່ນວ່າໃນສະພາບທີ່ລາຄານໍ້າມັນໃນຕະຫລາດໂລດຫລຸດລົງກໍ່ຕາມ, ແຕ່ລາຄາສິນຄ້າຢູ່ນະຄອນຫລວງວຽງຈັນ ຫລາຍຊະນິດໂດຍສະເພາະແມ່ນໝວດສະບຽງອາຫານ ບໍ່ໄດ້ຫລຸດລົງໄປຕາມທິດດຽວກັນ ຍ້ອນວ່າ ນໍ້າມັນປະກອບສ່ວນໜ້ອຍໃນໂຄງສ້າງຕົ້ນທືນຂອງສິນຄ້າ ແລະ ການບໍລິການ.
ຫົວໜ່ວນທີ່ນໍາເຂົ້າສິນຄ້າເພື່ອຈໍາໜ່າຍ ກ່າວວ່າ: ລາຄາຂາຍສິນຄ້າຢູ່ ລາວແມ່ນຂື້ນກັບການປ່ຽນແປງລາຄາຂອງຜູ້ສະໜອງເປັນຫລັກ ແລະ ໄລຍະທີ່ລາຄານໍ້າມັນໂລກປ່ຽນແປງ ຜູ້ສະໜອງໂດຍສະເພາະແມ່ນປະເທດໄທ ແມ່ນໄດ້ປັບລາຍຄາຂາຍລົງໜ້ອຍຫລາຍ, ເຫລັກເສັ້ນ ແລະ ຊີມັງ ທີ່ຜະລິດຢູ່ພາຍໃນປະເທດ ມີລາຄາຫລຸດລົງໃນໄລຍະແຕ່ປີ 2014-2015 ບໍ່ແມ່ນຍ້ອນລາຄານໍ້າມັນ ແຕ່ຍ້ອນສາເຫດຄື:
-  ປັດໃຈຫລັກທີ່ເຮັດໃຫ້ໂຮງງານຜະລິດເຫລັກເສັ້ນປັບລາຄາຂື້ນ, ລົງ ແມ່ນອີງຕາມການຂື້້ນລົງຂອງລາຄາວັດຖຸດິບນຳເຂົ້າ ເຊັ່ນ: ລາຄາເຫລັກແທ່ງ ຫລືລາຄາເຫລັກເສດ.
-  ຊີມັງມີລາຄາຫລຸດລົງ ເຊິ່ງອາດໄດ້ຮັບຜົນກະທົບທາງອ້ອມຈາກການຈ່າຍຄ່າຂົນສົ່ງໃນລາຄາທີ່ຖືກລົງ, ແຕ່ການຜະລິດຊີມັງບໍ່ຖືວ່ານໍ້າມັນເປັນປັດໃຈຫລັກຂອງຕົ້ນທຶນການປະລິດຊີມັງ, ປັດໃຈຫລັກແມ່ນຖ່ານຫີນ ແລະ ໄຟຟ້າ.
-  ລາຄາຊີ້ນງົວເກືອບວ່າບໍ່ມີການປ່ຽນແປງໃນໄລຍະຜ່ານມາ, ແຕ່ຍົກເວັ້ນລາຄາຊີ້ນໝູທີ່ມີທ່າອ່ຽງລຫລຸດລົງ ຍ້ອນລາຄາຫົວອາຫານສັດຫລຸດລົງ.
ຜ່ານການສຶກສາ, ຄົ້ນຄ້ວາອີກດ້ານໜື່ງ, ເຫັນວ່າການຕັ້ງລາຄາຂາຍຍ່ອຍສິນຄ້າແມ່ນຂ້ອນຂ້າງສູງກວ່າລາຄາຕົ້ນທຶນແບບເທົ່າຕົວ, ຕໍ່ກັບບັນຫາດັ່ງກ່າວນີ້, ພາກລັດ ຍັງບໍ່ທັນມີເຄື່ອງມືດັດສົມລາຄາສິນຄ້າທີ່ມີປະສິດທິພາບ, ເຫດຜົນທີ່ພາໃຫ້ເກີດການຕັ້ງລາຄາທີ່ສູງກວ່າຄວາມເປັນຈິງ ເຮົາອາດເບີ່ງໄດ້ 2 ດ້ານຄື:
-  ດ້ານຕົ້ນທຶນທຸລະກິດ (ມີຄ່າໃຊ້ຈ່າຍສີ້ນເປືອງຫລາຍ ແລະ ມີການປ່ຽນແປງໃນແຕ່ລະປີ).
-  ດ້ານການຊຳລະທີ່ຂາດການນໍາໃຊ້ເງິນໃບນ້ອຍ ໃນການຈໍລະຈອນໃຊ້ຈ່າຍ, ສະນັ້ນ ຈິ່ງເຮັດໃຫ້ລາຄາຂາຍຍ່ອຍສິນຄ້າກ້າວກະໂດດຂັ້ນຂື້ນສູງເປັນເທົ່າໂຕ ຫລືເກີນກວ່າຄວາມເປັນຈິງ.
ຕົວຢ່າງ:
1.  ການເພີ່ມຂື້ນແບບກະໂດດຂັ້ນຂອງລາຄາສິນຄ້າ ຈາກການບໍ່ມີເງິນໃບນ້ອຍ. ລາຄາຜັກ (ບົ່ວ, ຫອມ, ສິງໄຄ...) ເມື່ອກ່ອນລາຄາ 1.000 ກີບ/ມັດ ມາເປັນ 2.000 ກີບ/ມັດ ເພີ່ມຂື້ນ 100%. ແທນທີ່ຈະຂື້ນ 5% ເປັນ 1.050 ກີບ/ມັດ ຫືຼ 10% ເປັນ 1,100 ກີບ/ມັດ  ຫລື 50% ເປັນ 1.500 ກິບ/ມັດ.
2.  ລາຄາອາຫານ (ເຝີ, ໝີ່, ເຂົ້າປຽກ..) ເມື່ອກ່ອນລາຄາ 8.000 ກີບ/ຖ້ວຍ ເປັນ 10.000 ກີບ/ຖ້ວຍ ເພີ່ມຂື້ນ 25% ຫລືຈາກ 10.000 ກີບ/ຖ້ວຍ ເປັນ 15.000 ກີບ/ຖ້ວຍ ເພີ່ມຂື້ນ 50%, ຫລືຈາກ 18.000 ກີບ/ຖ້ວຍ ເປັນ 25.000 ກີບ/ຖ້ວຍ ເພີ່ມຂື້ນ 39%, ຫລືຈາກ 10.000 ກີບ/ຖ້ວຍ ເປັນ 25.000 ກີບ/ຖ້ວຍ ເພີ່ມຂື້ນ 150% ແທນທີ່ຈະເພີ່ມຂື້ນເປັນຈັງຫວະແບບສະໝໍ່າສະເໝີເຊັ່ນ:
-     ເຝີຖ້ວຍລະ 10.000 ກີບ ເພີ່ມຂື້ນ 5% ຈະເປັນລາຄາ 10.500 ກີບ/ຖ້ວຍ ຫລື ເພີ່ມຂື້ນ 10% ເປັນ 11.000 ກີບ/ຖ້ວຍ. ຫລື ເພີ່ມຂື້ນ 15% ເປັນ 11.500 ກີບ/ຖ້ວຍ.
ສັງເກດເຫັນວ່າ, ການກ້າວກະໂດດຂອງລາຄາສິນຄ້າບໍລິການດັ່ງກ່າວແມ່ນສູງຫລາຍ ສະເລ່ຍເພີ້ມຂື້ນແຕ່ 2.000 –
15.000 ກີບ ຫລື 25%-150%.
       
ຈາກບັນຫາດັ່ງກ່າວຂ້າງເທິງ, ຈິ່ງພໍສະຫລຸບໄດ້ວ່າສາຍພົວພັນລະຫວ່າງລາຄານໍ້າມັນເຊື້ອໄຟ ແລະ ລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ ແມ່ນມີສາຍພົວພັນກັນໜ້ອຍຫລາຍ, ໝາຍຄວາມວ່າ ລາຄານໍ້າມັນບໍ່ແມ່ນປັດໃຈຫລັກທີ່ເຮັດໃຫ້ລາຄາສິນຄ້າດັ່ງກ່າວເໜັງຕີງເພີ່ມຂື້ນ ຫລື ຫລຸດລົງ. ສິ່ງທີ່ເຮັດໃຫ້ສິນຄ້າອຸປະໂພກ ແລະ ບໍລິໂພກ ມີການປັບລາຄານັ້ນ ແມ່ນຂື້ນກັບປັດໃຈອື່ນເຊັ່ນ: ຄ່າແຮງງານ, ຄ່າເຊົ່າສະຖານທີ່, ຄ່ານໍ້າ, ຄ່າໄຟຟ້າ, ຄ່າຂີ້ເຫຍື້ອ, ຄ່າອັດຕາດອກເບ້ຍເງິນກູ້, ຄ່າພັນທະໃນສັງຄົມ ແລະ ອື່ນໆທັງໃນລະບົບ ແລະ ນອກລະບົບ.
        ດັ່ງນັ້ນ, ເພື່ອເຮັດໃຫ້ລາຄາສິນຄ້າ ແລະ ຄ່າບໍລິການມີສະຖຽນລະພາບ ຫລື ການຂື້ນລົງ ລາຄາໄປຕາມສະພາບຄວາມເປັນຈິງນັ້ນ ລຳພັງແຕ່ຂະແໜງອຸດສາຫະກຳ ແລະ ການຄ້າ ຫລືຂະແໜງການໃດໜື່ງບໍ່ສາມາດປະຕິບັດໃຫ້ມີປະສິດທິຜົນດີເທົ່າທີ່ຄວນໄດ້. ສະນັ້ນ, ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມທັງພາກລັດ ແລະ ເອກະຊົນ ແລະ ຜູ້ຊົມໃຊ້ຕ້ອງເປັນເຈົ້າການຮ່ວມກັບປະຕິບັດຕາມຂອບເຂດຄວາມຮັບຜິດຊອບຂອງໃຜລາວເຊັ່ນ:
1.   ສ້າງຄວ່ມເປັນເອກະພາບໃນການເກັບພັນທະຄ່າທຳນຽມ ຫລືຄ່າບໍລິການຕ່າງໆໃນອັດຕາທີ່ເໝາະສົມ, ມີວິທະຍາສາດ ແລະ ບໍ່ສ້າງຄວາມຫຍຸ້ງຍາກສັບສົນໃຫ້ສັງຄົມ ກໍ່ຄືປະຊາຊົນ ແລະ ຜູ້ປະກອບການ.
2.  ເປັນເຈົ້າການໂຄສະນາໃຫ້ສັງຄົມໄດ້ຮັບຮູ້ເຖິງຄຸນປະໂຫຍດຂອງໃບເງິນນ້ອຍ (50-500 ກີບ) ແລະ ພາກັນຫັນມານໍາໃຊ້ໃນການຊື້ -ຂາຍຢ່າງທົ່າເຖິງ.
3.  ສົ່ງເສີມການໃຊ້ບັດຖອນເງິນຕ່າງໆ (ບັດ ATM ດ້ວຍອັດຕາຄ່າບໍລິການທີ່ເໝາະສົມ) ເພື່ອສ້າງຄວາມສະດວກ ແລະ ປົກປ້ອງສິດຜູ້ຊົມໃຊ້ໃນການຊຳລະຄ່າສິນຄ້າ ທີ່ມີຈຳນວນເສດເປັນເງິນນ້ອຍ ເຊັ່ນ: 1.100 ກີບ, 1.250 ກີບ....
4.  ຈັດຕັ້ງຕະຫລາດນັດຂາຍສິນຄ້າ ຢູ່ເຂດຕົວເມືອງຕ່າງໆໃນແຕ່ລະໄລຍະ ເພື່ອແຊກແຊງລາຄາສິນຄ້າໂດຍທາງອ້ອມ ແລະ ທັງເຮັດໃຫ້ສັງຄົມຮັບຮູ້ຂໍ້ມູນລາຄາສິນຄ້າຫລາຍຂື້ນ, ຫລີກເວັ້ນການເອົາປຽບທາງດ້ານລາຄາຂອງຜູ້ຂາຍຍ່ອຍ.
5.  ປັງປຸງການຄຸ້ມຄອງທຸລະກິດຂາຍຍົກ ແລະ ຂາຍຍ່ອຍ ໂດຍໃຫ້ທຸລະກິດເຫລົ່ານັ້ນຖືບັນຊີຕາມກົດໝາຍການບັນຊີ. ໃນນັ້ນ ໃຫ້ມີມາດຕະການຕໍ່ຜູ້ຂາຍຍົກ ໃນການເກັບກຳຂໍ້ມູນລູກຄ້າຂາຍຍ່ອຍຂອງຕົນ. ແລະ ຜູ້ຂາຍຍ່ອຍກໍ່ຕ້ອງແຈ້ງໃຫ້ຜູ້ສະໜອງ ເພື່ອສະໜອງສິນຄ້າໃຫ້ແກ່ຕົນ, ໝາຍວ່າທຸກສິນຄ້າຕ້ອງມີແຫລ່ງທີ່ມາແນ່ນອນ.
6.  ເຂັ້ມງວດໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ໃນການປະຕິບັດວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ.
7.  ຊາວຄ້າຂາຍ ກໍ່ຕ້ອງມີຈັນຍາບັນ, ໂປ່ງໃສ ແລະ ເປັນທຳ ແລະ ດຳເນີນທຸລະກິດດ້ວຍຄວາມເປັນເອກະພາບຕໍ່ໜ້າກົດ ໝາຍ ແລະ ລະບຽບການຕ່າງໆຂອງພາກລັດວາງອອກໃນແຕ່ລະໄລຍະ.
8.  ນຳໃຊ້ມາດຕະການເຂັ້ມງວດ ເພື່ອກຳຈັດການເກັບພັນທະນອກລະບົບ ແລະ ໃຫ້ປະຕິບັດພັນທະຕາມລະບຽບກົດໝາຍ ວາງອອກເທົ່ານັ້ນ.

ຮຽບຮຽງ ແລະ ສັງລວມໂດຍ: ຂະແໜງແຜນການ - ສະຖິຕິ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ


No comments:

Post a Comment