ພິທີເປີດງານວາງສະແດງ ແລະ ຂາຍສິນຄ້າ ເພື່ອສະເຫຼີມສະຫຼອງວັນສະຖາປານາ ສ ປ ປ
ລາວ ຄົບຮອບ 40 ປີ 2 ທັນວາ 1975 - 2 ທັນວາ 2015 ເຊິ່ງໄດ້ຈັດຂື້ນໃນວັນທີ່ 1
ທັນວາ 2015 ນີ້ ໂດຍ ການເປັນປະທານຂອງ ທ່ານ ດຣ ສຸວັນນີ ໄຊຊະນະ
ຮອງເຈົ້າແຂວງ-ແຂວງບໍລິຄໍາໄຊ ມີການ ນຳຂອງ ແຂວງ, ອານຸກໍາມະການ ແລະ
ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າຮອງເຈົ້າແຂວງ ໄດ້ລາຍງານວ່າ
ຜູ້ເຂົ້າຮ່ວມວາງສະແດງສິນຄ້າ ໃນພິທີຄົບງັນບຸນວັນຊາດທີ 2 ທັນວາ ຄົບ 40 ປີ
ປີນີ້ ປະກອບ 72 ຮ້ານ ໃນນັ້ນມີພາກລັດເຂົ້າຮ່ວມ 26 ຮ້ານ, ຜູ້ປະກອບການ ແລະ
ຄ້າ ຂາຍຍ່ອຍ ຈຳນວນ 46 ຮ້ານ ລາຍການທີ່ເອົາມາວາງສະແດງ ແລະ ຂາຍ ສ່ວນຫຼາຍແມ່ນ
ເຄື່ອງ ກະສິ ກຳ, ຫັດຖະກຳ, ເຊັ່ນ: ພືດຜັກ, ເຄື່ອງຈັກສານ, ເຄື່ອງເກາະສະຫຼັກ,
ອາຫານ ແລະ ເຄື່ອງໃຊ້ປະຈຳວັນ.
ໃນການວາງສະແດງສິນຄ້າໃນຄັ້ງນີ້ເຫັນວ່າຜູ້ປະກອບການ ແລະ ມວນຊົນຊາວແຂວງບໍລິຄຳໄຊ
ກໍ່ໄດ້ ມີຄວາມເບີກບານມ່ວນຊື່ນ ມີຄວາມເອກອ້າງທະນົງຕົວ
ທີ່ໄດ້ເຂົ້າຮ່ວມງານບຸນສະເຫຼີມສະຫຼອງ ວັນ ຊາດທີ 2 ທັນວາ ໃນປີນີ້ ແລະ
ເປັນການເອກອ້າງຜົນຜະລິດຂອງຕົນຕໍ່ສັງຄົມຮັບຮູ້ ແລະ ນຳໄປບໍລິ ໂພກ
ສ້າງລາຍຮັບໃຫ້ແກ່ຄອບຄົວ ແກ້ໄຂຊີວິດການເປັນຢູ່ຂອງຕົນ
ໃຫ້ລຸດພົ້ນອອກຈາກຄວາມທຸກ ຍາກເທື່ອລະກ້າວ
No comments:
Post a Comment